ເລີ່ມຕົ້ນສ້າງເວັບແບບງ່າຍໆ


ໃນບົດນີ້ ຈະແນະນຳສ້າງເວັບແບບພື້ນຖານເພື່ອໃຫ້ຜູ້ຮຽນໄດ້ເຂົ້າໃຈເຖິງການເຮັດວຽກຂອງເວັບໄຊ ເຊິ່ງຈະນຳໃຊ້
ໂປຣແກຣມ Notepad ເຊິ່ງຈະມີໃນຄອມພິວເຕີທຸກໆໜ່ວຍທີ່ໃຊ້ລະບົບ Windows

 Notepad ເປັນໂປຣແກຣມທີ່ຢູ່ໃນປະເພດ Text Editor ທີ່ໃຊ້ໃນການແກ້ໄຂຂໍ້ຄວາມ ເຊິ່ງມີຄວາມສຳຄັນຫຼາຍໃນ

ການສ້າງເວັບໄຊ, ເວັບໄຊທີ່ເຮົາເຫັນມີໜ້າຕາສວຍງາມ,ມີຮູບພາບ ຫຼືພາບເຄື່ອນໄຫວຕ່າງໆ ຄວາມຈິງແລ້ວຕົວ

ເວັບໄຊນັ້ນປະກອບດ້ວຍຕົວໜັງສືຈຳນວນຫຼວງຫຼາຍລວມກັນເປັນໄຟລ ເຊິ່ງເຮົາເອີ້ນວ່າ: ເວັບເພຈ ແຕ່ມີການ

ປ່ຽນແປງຢູ່ຄອມພິວເຕີຂອງເຮົາໃຫ້ເປັນຮູບ ຫຼືໜ້າຕາຕາມທີ່ເຮົາເຫັນ. ໃນບົດນີ້ເຮົາຈະມາລອງສ້າງເວັບເພຈ

ຕາມຂັ້ນຕອນຕ່າງໆດັ່ງຕໍ່ໄປນີ້:
1. ເປີດໂປຣແກຣມ Notepad ຂຶ້ນມາໂດຍຕາມຂັ້ນຕອນຄື  All programs > Accessories > Notepad .







ເຊິ່ງໂປຣແກຣມ Notepad ຈະມີໜ້າຕາດັ່ງຮູບລຸ່ມນີ້:














2. ແລ້ວພິມຂໍ້ຄວາມລຸ່ມນີ້ລົງໃນໂປຣແກຣມ Notepad