ຖ້າເຮົາຢາກອອກແບບເວັບໄຊໃຫ້ມີຂໍ້ມູນບໍ່ຫຼາຍປານໃດ ເພື່ອໄວ້ສຳລັບເຜີຍແພ່ຂໍ້ມູນ ໂດຍບໍ່ໄດ້ໃຊ້ CMS ຟຣີຕ່າງໆ ເຊັ່ນ: Mambo,Joomla ນີ້ເປັນຂໍ້ແນະນຳທີ່ທ່ານຄວນພິຈາລະນາໄປພ້ອມກັບການອອກແບບເວັບໄຊ.
ສຳລັບສິ່ງທີ່ບໍ່ຄວນລະເລີຍໃນເວັບໄຊຂະໜາດນ້ອຍມີດັ່ງນີ້:
- ວາງແຜນພາບລວມຂອງເວັບໄຊ: ການວາງຕຳແໜ່ງຂອງເນື້ອຫາ ແລະ ລະບົບນຳທາງ(Navigation) ໂດຍອາດຈະແຕ້ມເປັນໂຄງຮ່າງຂອງເວັບໄຊໄວ້ກ່ອນວ່າຈະຈັດວາງຕຳແໜ່ງແນວໃດ ເພື່ອຄວາມສະດວກຂອງຜູ້ພັດທະນາເວັບໄຊຈະບໍ່ໄດ້ເສຍເວລາໃນພາຍຫຼັງດ້ວຍ.
- ສອດແຊກ Meta tags ໄວ້ໃນເວັບໄຊ.
- ຢ່າໃສ່ພາບເຄື່ອນໄຫວຫຼາຍເກີນໄປ ເພາະຈະເກີດອຸປະສັກຕໍ່ຜູ້ຊົມ ເັຮດໃຫ້ມີຄວາມສັບສົນ.
- ຢ່າເຮັດໃຫ້ເວັບໄຊສະແດງຜົນຊ້າເກີນ 8 ວິນາທີ ຫຼືມີຂະໜາດໃຫຍ່ກວ່າ 40 Kb.
- ຂະໜາດເວັບໄຊຂອງເຮົາມີຜົນຢ່າງຫຼາຍກັບການສະແດງຜົນໃນໜ້າຈໍຂະໜາດຕ່າງໆ ເຮົາຈິ່ງຄວນກຳນົດຂະໜາດເວັບໄຊບໍ່ໃຫ້ເກີນ 1024 px ຫຼືກຳນົດເປັນ % ເພື່ອຫຼຸດຜ່ອນປັນຫາເຫຼົ່ານີ້.
- ຢ່າເຊື່ອໃຈ WYSIWYG HTML Editor ເຊັ່ນ: Dreamweaver,FrontPage ເພາະການສະແດງຜົນເວັບເພຈຜ່ານໂປຣແກຣມພວກນີ້ກັບການສະແດງຜົນຜ່ານ Web browser ຕ່າງໆອາດຈະບໍ່ຄືກັນ ດັ່ງນັ້ນຄວນກວດສອບທຸກຄັ້ງ ແລະກວດສອບຢ່າງນ້ອຍ 2 ໂປຣແກຣມທີ່ນິຍົມໃນປະຈຸບັນ.
- ການປະຊ່ອງວ່າງລະຫວ່າງວັດຖຸ ເຊັ່ນ: ຊ່ອງວ່າງລະຫວ່າງຕົວອັກສອນໃນຕາຕະລາງ,ຕົວອັກສອນ ເປັນສິ່ງຈຳເປັນ,ການປະຊ່ອງວ່າງລະຫວ່າງຕົວອັກສອນຈະເກີດຄວາມສວຍງາມ,ອ່ານສະບາຍ.
- ການໃຊ້ສີໃນເວັບເພຈກໍ່ເປັນສິ່ງສຳຄັນ ຄວນເລືອກສີໃຫ້ເໝາະສົມກັບເນື້ອຫາ ຫຼືກຸຸ່ມຜູ້ຊົມ.
- ລະວັງເລື່ອງໜ້າຕອນຮັບ ຫຼາຍໆເວັບໄຊນິຍົມຈະໃຫ້ໜ້າທຳອິດເປັນໜ້າດັ່ງກ່າວ ຄຳຍິນດີຕ້ອນຮັບ ຫຼືໜ້າແຈ້ງຂ່າວສານຕ່າງໆ ເຊິ່ງເປັນສິ່ງທີ່ບໍ່ຄວນສຳລັບເວັບໄຊຂະໜາດນ້ອຍ ເພາະຈະສົ່ງຜົນຕໍ່ເນື້ອຫາຂອງເວັບໄຊໃນເຄື່ອງມືຄົ້ນຫາ ແລະອັນດັບທີ່ປະກົດໃນເຄື່ອງມືຄົ້ນຫາ(Search Engine).
- Pop up ບໍ່ແນະນຳໃຫ້ໃຊ້ ເພາະວ່າ browser ສ່ວນຫຼາຍຕອນນີ້ຈະຕັດບໍ່ໃຫ້ມີການສະແດງຜົນຢູ່ແລ້ວ ເຮັດໃຫ້ຂໍ້ມູນໃນນັ້ນບໍ່ສະແດງຜົນ.