ສຳລັບຄົນທີ່ເລີ່ມຕົ້ນອອກແບບເວັບໄຊຄັ້ງທຳອິດ
ບົດນີ້ຈະແນະນຳວິທີການອອກແບບເວັບໄຊ ດັ່ງຮູບ
ທີ່ເຫັນດ້ານຂ້າງນີ້ ແມ່ນໂຄງສ້າງຂອງໜ້າເວັບໄຊໂດຍສ່ວນໃຫຍ່ຈະປະກອບດ້ວຍ 6 ສ່ວນ ທີ່ມີລາຍລະອຽດ
ດັ່ງຕໍ່ໄປນີ້:
ບົດນີ້ຈະແນະນຳວິທີການອອກແບບເວັບໄຊ ດັ່ງຮູບ
ທີ່ເຫັນດ້ານຂ້າງນີ້ ແມ່ນໂຄງສ້າງຂອງໜ້າເວັບໄຊໂດຍສ່ວນໃຫຍ່ຈະປະກອບດ້ວຍ 6 ສ່ວນ ທີ່ມີລາຍລະອຽດ
ດັ່ງຕໍ່ໄປນີ້:
Containing block
ໂດຍປົກກະຕິເຮົາຈະຂຽນ <div> ຫຼື <table>ຕໍ່ຈາກ <body> ເພື່ອໄວ້ເປັນກອບໃນການເກັບເນື້ອຫາທັງໝົດຂອງເວັບໄຊ ໂດຍກອບນີ້ຈະມີຂໍ້ດີຄື ສາມາດປັບປ່ຽນຂະໜາດໃນການສະແດງຜົນຂອງເນື້ອຫາໄດ້ ຫຼືຕຳແໜ່ງກາສະແດງຜົນຂອງເວັບໄດ້ເຊັ່ນ: ຈັດວາງທາງກາງ,ຊ້າຍ ຫຼື ຂວາຫາກນຶກພາບບໍ່ອອກລອງຂຽນເວັບໄຊໂດຍເລີ່ມໃສ່ຕົວໜັງສືລົງໄປກ່ອນ ຈາກນັ້ນຖ້າຕ້ອງການຈັດຕົວໜັງສືເຫຼົ່າເຫຼົ່ານັ້ນຈະເຮັດໄດ້ຍາກຫຼາຍ ດັ່ງນັ້ນ ທຸກຄັ້ງທີ່ອອກແບບເວັບໄຊຕົວຢ່າງລືມທີ່ຈະສ້າງ containing block ເອົາໄວ້ໃສ່ເນື້ອຫທັງໝົດກ່ອນເພື່ອຄວາມສະດວກຂອງເຮົາເອງ.
Logo
ເປັນສັນຍາລັກທີ່ສະແດງເຖິງຕົວຕົນຂອງເຮົາ ທີ່ເຮັດໃຫ້ລູກຄ້າ ຫຼືຜູ້ເຂົ້າຊົມເວັບໄຊຈົດຈຳໄດ້ ດ້ວຍເຫດນີ້ການອອກແບບເວັບໄຊຈິ່ງຈຳເປັນຕ້ອງມີໂລໂກ້ຂອງເວັບໄຊ, ສ່ວນຕຳແໜ່ງທີ່ຄວນຈະວາງໂລໂກ້ຈະສັງເກດໄດ້ວ່າທຸກໆເວັບໄຊຈະວາງໄວ້ດ້ານເທິງສຸດຂອງໜ້າເວັບ ເພື່ອໃຫ້ຜູ້ຊົມເຫັນໄດ້ງ່າຍ ແລະສະດຸດຕາ.
Navigation
ເປັນສ່ວນທີ່ຈະນຳຜູ້ເຂົ້າຊົມໄປຍັງສ່ວນຕ່າງໆຂອງເວັບໄຊ ໂດຍສາມາດເຮັດໃຫ້ຢູ່ໃນລວງນອນ ຫຼືລວງຕັ້ວກໍ່ໄດ້ ຕຳແໜ່ງທີ່ຄວນວາງ Navigation ໄວ້ຄືບໍລິເວນທີ່ເປັນສີຂຽວ. ພະຍາຍາມວາງໄວ້ໃນສ່ວນເທິງສຸດຂອງເວັບໄຊ ເພື່ອໃຫ້ຜູ້ເຂົ້າຊົມເປີດເຂົ້າມາແລ້ວສັງເກດເຫັນທັນທີ.
Content
ສ່ວນເນື້ອຫາຂອງເວັບໄຊ ເປັນສ່ວນສຳຄັນທີ່ສຸດ ຕຳແໜ່ງທີ່ຄວນວາງໄວ້ຄືບໍລິເວນສີແດງ ຫຼືຕຳແໜ່ງອື່ນທີ່ຄິດວ່າຈະເຮັດໃຫ້ຜູ້ຊົມເບິ່ງເຫັນໂດຍບໍ່ລຳບາກ ຖ້າສັງເກດຈະພົບວ່າເວັບໄຊບາງເວັບໄຊມີໂຄສະນາຫຼາຍເກີນໄປ ເຮັດໃຫ້ຫາເນື້ອຫາບໍ່ເຫັນນັ້ນຖືວ່າເປັນການອອກແບບທີ່ຜິດພາກ.
Footer
ແມ່ນຢູ່ດ້ານລຸ່ມສຸດຂອງເວັບໄຊ ສ່ວນຫຼາຍຈະວາງຈຸດເຊື່ອມໂຍງຕ່າງໆໄວ້ ຫຼືເປັນເນື້ອຫາກ່ຽວກັບເວັບໄຊ ເຊັ່ນ: ລິຂະສິດຕ່າງໆ ,Footer ຈະເປັນສ່ວນທີ່ບອກຜູ້ຊົມວ່ານີ້ເປັນສ່ວນລຸ່ມສຸດຂອງໜ້າເວັບທີ່ກຳລັງສະແດງຢູ່,ບໍ່ມີເນື້ອຫາອື່ນອີກແລ້ວ
Whitespace
ໝາຍເຖິງເນື້ອທີ່ວ່າງໃນໜ້າເວັບ ຄົນສ່ວນຫຼາຍບໍ່ເຫັນຄວາມສຳຄັນຂອງການປະເນື້ອທີ່ວ່າງ ເຮົາມັກຈະໃສ່ພາບຫຼືຕົວໜັງສືເຂົ້າໄປໃຫ້ຫຼາຍທີ່ສຸດ ເພາະຄິດວ່າຈະເຮັດໃຫ້ເວັບສວຍງາມຂຶ້ນ ຫຼືໃຊ້ພື້ນທີ່ທີ່ຄຸ້ມຄ່າທີ່ສຸດ ຖ້າເຮົາອອກແບບເວັບໄຊໂດຍທີ່ບໍ່ມີການວາງເນື້ອທີ່ວ່າງຈະເຮັດໃຫ້ເວັບໄຊເບິ່ງອຶດອັດທັນທີ່. ການເວັ້ນຊ່ອງວ່າງໄວ້ບໍ່ວ່າຈະເປັນຊ່ອງວ່າງລະວ່າງຕົວອັກສອນ,ຮູບພາບ ຫຼືເນື້ອຫາຕ່າງໆ ນອກຈາກຈະເຮັດໃຫ້ເວັບໄຊເບິ່ງສະບາຍຕາຂຶ້ນແລ້ວ ຍັງເຮັດໃຫ້ສາມາດຜູ້ຊົມຮູ້ສຶກສົນໃຈໃນຈຸດນັ້ນໄດ້ອີກດ້ວຍ.
