ເວັບໄຊ ຈະມີມາດຕະຖານການຂຽນແບບແຍກສ່ວນ ໂດຍແບ່ງອອກເປັນ 3 ສ່ວນ ທີ່ມີໜ້າທີ່ສະເພາະ ແລະເປັນອິດສະຫຼະຕໍ່ກັນ ໝາຍຄວາມວ່າ ເມື່ອມີການແກ້ໄຂສ່ວນໃດສ່ວນໜຶ່ງແລ້ວຈະບໍ່ກະທົບສ່ວນອື່ນ ເຊັ່ນ: ແກ້ໄຂໃນ CSS ກໍ່ຈະບໍ່ມີການແກ້ໄຂໃນສ່ວນ HTML ຕາມມາເປັນຕົ້ນ.ໃນການເຮັດວຽກຍັງຄົງໃຊ້ HTML ເປັນຫຼັກ ແລະມີຄຳສັ່ງໃຫ້ສົ່ງ(Import) ໄຟລອື່ນທີ່ຖືກແຍກສ່ວນນັ້ນເຂົ້າມາເຮັດວຽກຮ່ວມກັນ.ການແຍກສ່ວນໂປຣແກຣມຈະເຮັດໃຫ້ຜູ້ຂຽນໂປຣແກຣມເຮັດວຽກສະດວກຂຶ້ນ,ສາມາດແບ່ງວຽກອອກເປັນສ່ວນໆຢ່າງຊັດເຈນ. ເຊິ່ງທັງ 3 ສ່ວນນີ້ປະກອບມີຄື:
- Structure ເຊິ່ງຈະເປັນສ່ວນຂອງໂຄງຮ່າງແຕ່ລະໜ້າ ໂດຍຈະໃຊ້ HTML ທີ່ສະແດງໃຫ້ເຫັນວ່າເນື້ອຫາປະກອບໄປດ້ວຍຫຍັງແດ່ ເຊັ່ນ: ໜ້ານີ້ມີຕາຕະລາງ,ມີ 3 ພາຣາກຣາບ ແລະອື່ນໆ ແຕ່ຍັງບໍ່ທັນໄດ້ໃສ່ລາຍລະອຽດວ່າຈະວາງແຕ່ລະຢ່າງ ຫຼືຕົບແຕ່ງໃຫ້ມີໜ້າຕາເປັນແນວໃດ ພຽງແຕ່ວາງໂຄງຮ່າງໄວ້ເທົ່ານັ້ນ ແລະບໍ່ຈຳເປັນຕ້ອງຂຽນລຽງລຳດັບທຸດລາຍການ ເພາະໃນການຈັດວາງຕຳແໜ່ງແມ່ນຈະໃຊ້ CSS.
- Presentation ເປັນສ່ວນທີ່ໃຊ້ຕົບແຕ່ງເວັບເພຈເທົ່ານັ້ນ ໂດຍຈະໃຊ້ພາສາສະເພາະທີ່ເອີ້ນວ່າ CSS ເຊິ່ງຈະເຮັດວຽກທັງໝົດນັບຕັ້ງແຕ່ການວາງຕຳແໜ່ງແຕ່ລະສ່ວນ,ການຈັດຂໍ້ຄວາມໃຫ້ມີຂະໜາດ ແລະລັກສະ ນະ ຕາມທີ່ເຮົາຕ້ອງການ,ກຳນົດສີຕົວອັກສອນ,ພື້ນຫຼັງເວັບເພຈ ແລະອື່ນໆ. ນອກຈາກນີ້ CSS ຍັງມີການເຮັດວຽກທີ່ເປັນອິດສະຫຼະຈາກ Structure ຢ່າງແທ້ຈິງ ເຮັດໃຫ້ເຮົາສາມາດໃຊ້ໜ້າ HTML ອັນດຽວກັນ ເອີ້ນໃຊ້ CSS ຫຼາຍໆຊຸດທີ່ແຕກຕ່າງກັນໄດ້.
- Behavior ເປັນສ່ວນທີ່ຊ່ວຍຄວບຄຸມ ຫຼືປ່ຽນການເຮັດວຽກຕ່າງໆຕາມຄວາມຕ້ອງການສະເພາະທີ່ສັບຊ້ອນ ຂຶ້ນ ເພື່ອສ້າງຄວາມປ່ຽນແປງໃນແຕ່ລະໜ້າໄປຕາມສະພາບການຕ່າງໆ ທີ່ເອີ້ນວ່າ: Dynamic Page ເຊັ່ນ ກົດປຸ່ມແລ້ວເກີດການເຮັດວຽກບາງຢ່າງ,ພິມຂໍ້ຄວາມແລ້ວມີການກວດກາຄວາມຖືກຕ້ອງທັນທີ ຫຼືເຮັດວຽກ ກັບເຊີບເວີ ເຊິ່ງໃນສ່ວນນີ້ຈະເປັນການໃຊ້ໂປຣແກຣມ Scripting Language ຕ່າງໆ ເຊັ່ນ: JavaScriptແລະອື່ນໆ.

.jpg)
